ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ປະກາດການຈັດຕັ້ງ


   ວັນທີ 20 ມິຖຸນາ 2023 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ປະກາດການຈັດຕັ້ງຂັ້ນພະແນກການ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄໍາມີ ກໍາມະການຄະນະປະຈໍາພັກພັກກະຊວງ ຫົວໜ້າກົມການເງິນ, ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະ ການຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງ, ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ອິງແກ້ວ ບົວຕິ້ງ ຮອງຫົວໜ້າຫ້ອງກວດກາຄົ້ນຄວ້າວິທະຍາສາດການເງິນ ກົມການເງິນກະຊວງປ້ອງ ກັນປະເທດ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 120/ກມທ, ລົງວັນທີ 10/01/2023 ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂອງ ໂຮງໝໍສູນກາງ 103 ກອງທັບ ກົມໃຫຍ່ພະລາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາ ວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ມະນີຈັນ ຜາສຸກ ເປັນຫົວໜ້າພະແນກການເງິນ ໂຮງໝໍສູນກາງ 103 ກອງທັບ ແລະ ສະຫາຍ ພັນໂທ ຄໍາແສນ ທໍາມະວົງໄຊ ເປັນຮອງຫົວໜ້າພະແນກການເງິນ ໂຮງໝໍສູນກາງ 103 ກອງທັບ. ໂອກາດນີ້, ສະຫາຍປະທານໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງວ່າການປະກາດການຈັດຕັ້ງ ໃນຄັ້ງນີ້ ເປັນການປັບປຸງບູລະນະການຈັດຕັ້ງ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການທາງໜ້າທີ່ການເມືອງ, ຄວາມຮູ້ຄວາມສາມາດ ແລະ ການປະຕິບັດໜ້າທີ່ວິ ຊາສະເພາະຂອງກົມກອງ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດກົດໝາຍຂອງລັດ, ກົດ ລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ຍົກສູງສະຕິລະວັງຕົວ, ປັບປຸງແບບແຜນວິທີເຮັດວຽກ, ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານໂດຍຕິດພັນ ກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ພື່ອພ້ອມກັນເຮັດສໍາເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ.

ແຫຼ່ງທີ່ມາ:ອາ​ຄົມ ສີ​ພາ​ລາ
ວັນທີ 22/06/2023